ຕັດໜັງໜ້າທ້ອງ

ສັນຍາກຳຕັດໜັງໜ້າທ້ອງ (Tummy Tuck)

  ໜ້າທ້ອງຍ່ອນຍານ  ໜ້າທ້ອງລາຍ  ບໍ່ລຽບນຽນ ບໍ່ກະຊັບ ໄຂມັນສະສົມໜ້າທ້ອງ  ເປັນບັນຫາໃຫຍ່ທີ່ໜ້າໜັກໃຈສຳຫຼັບແມ່ທີ່ຫຼັງເກີດລູກຫຼືຜູ້ຍິງທີ່ນ້ຳໜັກລົງຫຼາຍຈົນໜັງຍ້ອຍ ບັນຫາເຫຼົ່ານີ້ຍ່ອຍສົ່ງຜົນກະທົບຕໍ່ຄວາມໝັ້ນໃຈເລື່ອງຂອງການແຕ່ງໂຕແລະອາດຈະສົ່ງຜົນການໃຊ້ຊີວິດປະຈຳວັນ

    ສາມາດແກ້ໄຂບັນຫາດ້ວຍວິທີການ ” ສັນຍາກຳຕັດໜັງໜ້າທ້ອງ ” ( TUMMY TUCK / Abdominoplasty ) ເປັນວິທີການຜ່າຕັດໜັງໜ້າທ້ອງເໝາະສຳຫຼັບຜູ້ທີ່ມີບັນຫາໄຂມັນສະສົມໜ້າທ້ອງ ໜ້າທ້ອງຍ່ອນຄ້ອຍ ໜ້າທ້ອງລາຍ ໜ້າທ້ອງຍ້ວຍ ອາດເກີດຈາກການຖືພາ  ເມື່ອເກີດແລ້ວໜັງບໍລິເວນທີ່ເຄີຍຍືດອອກບໍ່ສາມາດຫົດກັບເຂົ້າມາກະຊັບຄືເກົ່າ ເຊິ່ງການຜ່າຕັດໜັງໜ້າທ້ອງຈະຊ່ວຍເສີມສ້າງພາບລັກ ແລະຄວາມໝັ້ນໃຈໃຫ້ຄົນໄຂ້ 

ໃຫ້ກັບມາມີຮູບຮ່າງກະຊັບ ໄດ້ສັດສ່ວນສວຍງາມຫຼາຍຂຶ້ນ



ການຜ່າຕັດຜິວໜັງມີ 2 ປະເພດຄື:

  1. ການຜ່າຕັດແບບຍ້າຍສະດືແລະຫຍິບສ້ອມແຊມກ້າມເນື້ອໜ້າທ້ອງ  ( Abdominoplasty)
    ເໝາະສຳຫຼັບຜູ້ມີບັນຫາໄຂມັນສະສົມໜ້າທ້ອງເປັນຈຳນວນຫຼາຍ ໜ້າທ້ອງຍ່ອນຄ້ອຍ  ໜ້າທ້ອງລາຍ ໜ້າທ້ອງຍ້ວຍ  ຜິວໜັງບໍລິເວນໜ້າທ້ອງຂະຫຍາຍຕົວ ຈາກການເກີດລູກຫຼືຜູ້ທີ່ເຄີຍຕຸ້ຍຫຼາຍ ແລະ ຫຼຸດນ້ຳໜັກຢ່າງໄວກໍ່ຈະເຮັດໃຫ້ບໍລິເວນຜິວໜັງຍ່ອນຄ້ອຍຫຼາຍ

ຂັ້ນຕອນຜ່າຕັດແບບຍ້າຍສະດືແລະຫຍິບສ້ອມແຊມກ້າມເນື້ອໜ້າທ້ອງ  ( Abdominoplasty)

  • ແພດຈະທຳການປະເມີນການຍ່ອນຂອງກ້າມເນື້ອໜ້າທ້ອງເພື່ອວາງແຜນການຜ່າຕັດ
  • ກຳໜົດຕຳແໜ່ງແຜ  ກະປະລິມານໜັງທ້ອງ ແລະໄຂມັນທີ່ຈະເຮັດການຕັດອອກ
  • ແພດຈະລົງມີດເພື່ອເລາະແຍກໄຂມັນອອກຈາກກ້າມເນື້ອທ້ອງຕາມທີ່ກຳໜົດໄວ້
  • ການຜ່າຕັດເຈາະຕຳແໜ່ງສະດືເພື່ອໃຫ້ຕຳແໜ່ງສະດືຢູ່ບ່ອນເກົ່າ ແລະເປັນການກຳຈັດເນື້ອທີ່ຢູ່ເທິງສະດືໄດ້ອີກ
  • ຫຍິບກ້າມເນື້ອໜ້າທ້ອງຕັ້ງແຕ່ທ້ອງດ້ານເທິງຈົນຮອດດ້ານລຸ່ມຂອງຊ່ອງທ້ອງ ເພື່ອໃຫ້ຜິວໜັງໜ້າທ້ອງກະຊັບຂຶ້ນ ແລະຊ່ວຍລົດຂະໜາດແອວເພີ່ມໄດ້
  • ຫຍິບປິດບໍລິເວນແຜທີ່ຜິວໜັງ
  1. ການຜ່າຕັດແບບບໍ່ຕ້ອງຍ້າຍສະດື (Mini abdominoplasty) ການຜ່າຕັດແບບບໍ່ຕ້ອງຍ້ານສະດື  ເໝາະສຳຫຼັບຜູ້ທີ່ມີໄຂມັນບໍ່ຫຼາຍ ມີໜ້າທ້ອງລາຍນ້ອຍ ເໝາະສຳຫຼັບຄົນທີ່ມີບັນຫາໜັງໜ້າທ້ອງຍ່ອນຄ້ອຍສະເພາະດ້ານລຸ່ມ ແລະຄວາມຍ່ອນຄ້ອຍບໍ່ຫຼາຍ

ຂັ້ນຕອນ ການຜ່າຕັດແບບບໍ່ຍ້າຍສະດື (Mini abdominoplasty)

  • ແພດຈະທຳການປະເມີນການຍ່ອນຂອງກ້າມເນື້ອໜ້າທ້ອງເພື່ອວາງແຜນການຜ່າຕັດ
  • ກຳໜົດຕຳແໜ່ງແຜບໍລິເວນໜັງໜ້າທ້ອງທີ່ຍ່ອນຄ້ອຍລຸ່ມຕໍ່ສະດື 
  • ຕັດໜັງແລະໄຂມັນສ່ວນເກີນທີ່ຢູ່ລຸ່ມຕໍ່ສະດືເປັນຫຼັກ
  • ຫຍິບກ້າມເນື້ອໜ້າທ້ອງ ເພື່ອເພີ່ມຄວາມແຂງແຮງໃຫ້ຜິວໜັງໜ້າທ້ອງ
  • ຫຍິບປິດບໍລິເວນແຜທີ່ຜິວໜັງ

ຄຳຖາມທີ່ມັກຖາມເລື້ອຍໆ

  • ກວດສຸຂະພາບສຳຫຼັບຕຽມຄວາມພ້ອມກ່ອນຮັບເຂົ້າການຜ່າຕັດ
  • ງົດຢາປະເພດ Aspirin, Ibuprofen ທີ່ມີຜົນເຮັດໃຫ້ເລືອດອອກຫຼາຍກ່ອນເຂົ້າຮັບການຜ່າຕັດ 2 ອາທິດ
  • ງົດວິຕາມິນ ອາຫານເສີມ ຢາຫຼຸດນ້ຳໜັກ ສະໝຸນໄພທຸກຊະນິດກ່ອນການຜ່າຕັດຢ່າງນ້ອຍ 1 ອາທິດ
  • ງົດນ້ຳ ງົດອາຫານມາລ່ວງໜ້າ ຢ່າງນ້ອຍ 6-8 ຊົ່ວໂມງກ່ອນວັນທີ່ທຳການຜ່າຕັດ
  • ນອນພັກຜ່ອນໃຫ້ພຽງພໍກ່ອນເຂົ້າຮັບການຜ່າຕັດ
  • ແຈ້ງປະຫວິດການສີດ ເສີມ ແລະຕົບແຕ່ງທຸກປະເພດກັບແພດຢ່າງລະອຽດ
  • ນ້ຳໜັກທີ່ຫຼຸດລົງມາຄວນຄົງທີ່ແລ້ວຢ່າງນ້ອຍ 6 ເດືອນຂຶ້ນໄປ
  • ງົດສູບຢາຢ່າງນ້ອຍ 1 ເດືອນກ່ອນເຂົ້າຮັບການຜ່າຕັດ
  • ຫຼັງຜ່າຕັດຄວນນອນພັກຟື້ນທີ່ໂຮງໝໍຢ່າງນ້ອຍ 1-2 ມື້ ໂດຍໃຫ້ນອນໃນລັກສະນະງໍໂຕເພື່ອຫຼຸດແຮງຕຶງຈາກແຜຜ່າຕັດ
  • ການຕັດໄໝສາມາດເຮັດໄດ້ຫຼັງຈາກການຜ່າຕັດປະມານ 2 ອາທິດ
  • ຄວນຮັດຜ້າຮັດຍຶດໜ້າທ້ອງໃນໄລຍະເວລາ 6-8 ອາທິດ ເພື່ອພະຍຸງໜ້າທ້ອງ ແລະເຮັດໃຫ້ໜ້າທ້ອງກະຊັບໄດ້ດີຂຶ້ນ
  • ບໍ່ຄວນຍືດລຳໂຕໃນຊ່ວງ 1-2 ອາທິດແລກຫຼັງຜ່າຕັດ ເພື່ອຫຼຸດແຮງຕຶງທີ່ບໍລິເວນແຜ
  • ງົດກິດຈະກຳໜັກ ແລະຫຼີກລ້ຽງການອອກກຳລັງກາຍ ໃນໄລຍະເວລາ 2 ເດືອນ
  • ດູແລຮັກສາຄວາມສະອາດ  ລະວັງຢ່າໃຫ້ປຽກນ້ຳ
  • ປະຕິບັດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ
  • ກິນຢາໃບສັ່ງແພດຈົນຄົບ ເພື່ອຫຼຸດອາການປວດ ບວມ