ສັນຍາກຳເສີມນົມ
ຊົງຂອງຊິລິໂຄນເສີມນົມ ມີຈັກແບບ
ຊົງຫຍົດນ້ຳ
ຊິລິໂຄນຊົງຫຍັດນ້ຳ ຫຼື tear drop ມີຮູບຊົງຄ້າຍຄືຫຍົດນ້ຳ ຄືມີລັກສະນະແຄບທາງສ່ວນດ້ານເທິງແລະຂະຫຍາຍອອກສ່ວນດ້ານລຸ່ມ ມີຄວາມພຸ່ງນ້ອຍ ກວ່າຊົງກົມ ຮູບຊົງຄ້າຍກັບຮູບລັກສະນະນົມທຳມະຊາດ ເມື່ອຍືນຈຶ່ງເຫັນຄວາມຍ່ອນຄ້ອຍພຽງເລັກນ້ອຍແຕ່ບໍ່ຍານ
ສ່ວນໃຫຍ່ຊິລິໂຄນຈະເປັນເຈວຊະນິດກຶ່ງແຂງກຶ່ງແຫຼວ ເພື່ອໃຫ້ຊົງຫຍົດນ້ຳຄົງຄວາມສວຍງາມແຕ່ຍັງໃຫ້ສຳພັດນຸ່ມນິ້ມຄືເຈວຊິລິໂຄນທົ່ວໄປ ຊົງນີ້ເໝາະສຳຫຼັບຜູ້ທີ່ມີເນື້ອນົມນ້ອຍ ໄຫລ່ແຄບ ໂຕສູງ ເມື່ອເສີມນົມຊົງຫຍົດນ້ຳຈະຊ່ວຍເສີມໃຫ້ພາບລວມຂອງຮ່າງກາຍເບິ່ງສົມສ່ວນຫຼາຍຂຶ້ນ
ຊົງກົມ
ເປັນຮູບຊົງທີ່ຄົນສ່ວນໃຫຍ່ນິຍົມເລືອກໃຊ້ ຊິລິໂຄນເປັນຮູບລັກສະນະຊົງກົມ ມີຄວາມໂຄ້ງມົນ ຮອບວົງເທົ່າກັນ ມີຄວາມແນ້ນຈຶ່ງເພີ່ມຄວາມເຕັ່ງຕຶງໃຫ້ກັບນົມ ຕັ້ງແຕ່ໜ້າເອິກໄປຈົນເຖິງເຕົ້ານົມລຸ່ມ ສາມາດເລືອກຄວາມພຸ່ງຂອງຊິລິໂຄນໄດ້ຫຼາຍລະດັບ ເຫັນຜົນຊັດເຈນ ດຶງດູດສາຍຕາເໝາະກັບຄົນທີ່ມີຊ່ວງໄຫລ່ກວ້າງ ມີເນື້ອໜ້າເອິກຫຼາຍ ແມ່ຫຼັງເກີດລູກທີ່ມີເນື້ອນົມທີ່ຍ່ອນຄ້ອຍ ການເສີມດ້ວຍຊິລິໂຄນຊົງກົມຈະເສີມຊ່ວຍໃຫ້ໜ້າເອິກເບິ່ງເຕັມແໜ້ນ ອວບອິ່ມຂຶ້ນ
ການຮັກສາດູແລໂຕເອງຫຼັງການເສີມນົມ

ເສີມນົມຢ່າງປອດໄພ
ເລື່ອງທີ່ຕ້ອງຮູ້ ກ່ອນເພີ່ມຂະໜາດ
ຫຼັງຈາກເຮັດນົມໄດ້ 1 ມື້
– ຄວນເຊັດໂຕແທນການອາບນ້ຳ ກິນຢາແລະນອນໝອນສູງ
ຫຼັງຈາກເຮັດນົມໄດ້ 3 ມື້
– ສາມາດອາບນ້ຳໄດ້ແລະປິດແຜດ້ວຍພາສເຕີກັນນ້ຳ
ຫຼັງຈາກເຮັດນົມໄດ້ 7 ມື້
– ໃຊ້ຊີວິດປະຈຳວັນຕາມປົກກະຕິໂດຍຫ້າມໃຫ້ແຜຖືກນ້ຳແລະຕັດໄໝ
ຫຼັງຈາກເຮັດນົມໄດ້ 14 ມື້
– ຕ້ອງໃສ່ເສື້ອໃນສະປອດບລາຕະຫຼອດເວລາ
ຫຼັງຈາກເຮັດນົມໄດ້ 1 ເດືອນ
– ໜ້າເອິກອວບອິ່ມເຫັນໜ້າເອິກຊັດເຈນ ພ້ອມ Follow up ເພື່ອກວດເຊັກຄືນ
ຫຼັງຈາກເຮັດນົມໄດ້ 3 ເດືອນ
– ໜ້າເອິກເລີ່ມເຂົ້າທີ່ໃສ່ສະປອດບລາຫຼືເສື້ອຊ້ອນບໍ່ມີໂຄງ ພ້ອມ Follow up ເພື່ອກວດເຊັກຄືນ
ຫຼັງຈາກເຮັດນົມໄດ້ 6 ເດືອນ
– ສາມາດອອກກຳລັງກາຍໄດ້ ແລະເຫັນໜ້າເອິກໄດ້ຢ່າງຊັດເຈນຫຼັງຈາກເຮັດນົມໄດ້ 1 ປີ
– ໜ້າເອິກເລີ່ມເຂົ້າທີ່ແລ້ວ ນຸ້ມ ໄດ້ຮູບຊົງສວຍງາມ ໃຫ້ສຳຜັດທີ່ເປັນທຳມະຊາດ
ຄຳຖາມທີ່ມັກຖາມເລື້ອຍໆ
ປຶກສາ ກວດຮ່າງກາຍ ເລືອກຊົງແລະເທັກນິກກັບທ່ານໝໍ
- ການຕຽມໂຕກ່ອນການຜ່າຕັດແລະດົມຢາສະຫຼົບ ທີ່ສຳຄັນເຊັ່ນ ງົດນ້ຳງົດອາຫານກ່ອນຜ່າຕັດ 6-8 ຊົ່ວໂມງ ຫຼັງຜ່າຕັດຕ້ອງນອນໂຮງໝໍ.ຢ່າງນ້ອຍ 1-2 ຄືນ ງົດຢາທີ່ເຮັດໃຫ້ເລືອດອອກງ່າຍເຊັ່ນ ວິຕາມິນ ຫຼືຢາລະລາຍລິ້ມເລືອດ
- ເມື່ອຕຽມໂຕພ້ອມແລ້ວ ເຂົ້າຫ້ອງຜ່າຕັດເພື່ອລະງັບຄວາມຮູ້ສຶກ ຫຼືດົມຢາສະຫຼົບ ໄລຍະເວລາໃນການຜ່າຕັດປະມານ 2 ຊົ່ວໂມງ ແລະຫຼັງຜ່າຕັດແລ້ວຕ້ອງຢູ່ຫ້ອງພັກຟື້ນ ອີກ 1 ຊົ່ວໂມງ ກ່ອນຈະສົ່ງໄປຍັງຫ້ອງພັກ
- ຫຼັງຜ່າຕັດແນະນຳໃຫ້ພັກຟື້ນອີກ 1-2 ມື້ ທ່ານໝໍຜ່າຕັດຈະໄປຢ້ຽມຜູ້ປ່ວຍອີກຄັ້ງຫຼັງການຜ່າຕັດ
- ນັດມາກວດຕິດຕາມຫຼັງຜ່າຕັດ ທີ່7-14 ມື້
- ເໜືອກ້າມເນື້ອ
ໂດຍຈະເໝາະກັບຄົນທີ່ມີເນື້ອນົມພໍສົມຄວນ ທີ່ຈະບົດບັງຂອບຊິລິໂຄນ ແລະບໍ່ໃຫ້ຖົງເຕົ້ານົມທຽມໄປຕິດເຂົ້າກັບຜິວໜັງໜ້າເອິກໄດ້ ເປັນວິທີທີ່ເຈັບນ້ອຍແລະບວມຊ້ຳນ້ອຍ - ລຸ່ມກ້າມເນື້ອ
ເໝາະຫຼາຍສຳຫຼັບຜູ້ທີ່ມີເນື້ອນົມນ້ອຍ ແບນ - Dual plane
ຊິລິໂຄນບາງສ່ວນຈະຢູ່ເທິງກ້າມເນື້ອ ແລະບາງສ່ວນຈະຢູ່ລຸ່ມກ້າມເນື້ອ ເໝາະສຳຫຼັບຄົນທີ່ບໍ່ມີເນື້ອນົມເລີຍ ການເສີມວິທີນີ້ເປັນທີ່ນິຍົມໃນປັດຈຸບັນ ເນື່ອງຈາກຊົງທີ່ໄດ້ຈະສວຍງາມເປັນທຳມະຊາດ ບໍ່ເປັນບລັອກຫຼັງເສີມນົມ ແຕ່ອາດຈະບວມໄດ້ຫຼາຍກວ່າວິທີອື່ນ